09/12/2025
ກອງປະຊຸມເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸນແຮງທາງເພດຜ່ານທາງອອນລາຍ ຈັດຂຶ້ນໃນວັນທີ 08 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ ຮ່ວມແຮງຮ່ວມໃຈກັນເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນຜ່ານທາງດິຈິຕອນ (UNITIE TO END DIGITAL VIOLENCE AGAINST ALL WOMEN AND GIRLS); ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ), ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ(ຄຊກມດ); ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ບັກຕີຍໍ ກາດິໂຣບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ; ມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການ, ສສຍລ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງແບບເຊິ່ງໜ້າ ແລະ ອອນລາຍ ເຂົ້າຮ່ວມ.
ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ໄດ້ກ່າວວ່າ ກອງປະຊຸມຄັ້ງນີ້ ຈັດຂຶ້ນໃນໂອກາດ 16 ວັນ ແຫ່ງການລະນຶກ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຊຶ່ງຫົວຂໍ້ໃນປີ 2025 ແມ່ນ ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະ ເດັກຍິງ, ເປັນຫົວຂໍ້ທີ່ສໍາຄັນ ໂດຍສະເພາະໃນຂະນະທີ່ໃນໂລກ ກໍຄືໃນຂົງເຂດອາຊຽນ ແລະ ປະເທດລາວ ພວມປະເຊີນໜ້າກັບສິ່ງທ້າທາຍທັງໃນຮູບແບບເກົ່າ ແລະ ຮູບແບບໃໝ່ທີ່ມາພ້ອມກັບຄວາມກ້າວໜ້າດ້ານດິຈິຕອນ. ຄວາມຮຸນແຮງຕໍ່ແມ່ຍິງ ກໍຄືເດັກຍິງ ສາມາດເກີດຂຶ້ນໄດ້ທຸກເວລາ, ໃນທຸກສະຖານທີ່ ໂດຍບໍ່ຈໍາແນກຊັ້ນວັນນະ, ເຊື້ອຊາດ, ສາສະໜາ, ວັດທະນະທຳ, ຖານະໃນສັງຄົມ ແລະ ລະດັບການສຶກສາ, ແມ່ຍິງທີ່ເປັນກຸ່ມສ່ຽງກວ່າໝູ່ ແມ່ນແມ່ຍິງທີ່ທຸກຍາກ, ແມ່ຍິງຢູ່ຊົນນະບົດ, ແມ່ຍິງຊົນເຜົ່າ, ແຮງງານເຄື່ອນຍ້າຍ, ແມ່ຍິງທີ່ຢູ່ໃນສະຖານທີ່ກັກຂັງ, ແມ່ຍິງພິການ, ເດັກຍິງ, ແມ່ຍິງທີ່ມີອາຍຸສູງ ຫຼື ແມ່ຍິງອົບພະຍົບທີ່ຖືກສົ່ງກັບປະເທດ ໃນເຂດທີ່ມີການປະທະກັນທາງດ້ານອາວຸດ, ອີງຕາມການສຶກສາຂອງສາກົນເຫັນວ່າໃນທົ່ວໂລກ ມີແມ່ຍິງ 1 ໃນ 3 ຄົນເຄີຍຖືກຄວາມຮຸນແຮງ, ສ່ວນຢູ່ໃນປະເທດລາວມີກໍລະນີສຶກສາເຫັນວ່າ ແມ່ຍິງ 30% ໄດ້ບອກວ່າເຄີຍຖືກຄວາມຮຸນແຮງ ຢ່າງໜ້ອຍໜຶ່ງໃນ 3 ປະເພດຄວາມຮຸນແຮງໃນຊ່ວງຊີວິດ ທາງຮ່າງກາຍ, ທາງເພດ ແລະ ທາງຈິດໃຈ. ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ບໍ່ວ່າຈະເປັນທາງດ້ານຮ່າງກາຍ, ຈິດໃຈ, ເສດຖະກິດ ຫຼື ດິຈິຕອນ ເປັນການລະເມີດສິດທິໂດຍພື້ນຖານຂອງແມ່ຍິງ ແລະ ເດັກຍິງ, ເປັນການສ້າງຄວາມບໍ່ປອດໄພ, ຈຳກັດທາງເລືອກ ແລະ ຈຳກັດຄວາມສາມາດໃນການເຄື່ອນໄຫວຂອງເຂົາເຈົ້າ, ເປັນສິ່ງກີດຂວາງການພັດທະນາ, ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກຍິງ ເມື່ອເກີດຂຶ້ນແລ້ວແມ່ນມີຜົນກະທົບຍາວນານ ຕໍ່ຕົວແມ່ຍິງ ແລະ ລູກ ຂອງເຂົາເຈົ້າ ຕະຫຼອດຮອດຜົນກະທົບຕໍ່ຊຸມຊົນ ແລະ ທົ່ວສັງຄົມ ເພາະແມ່ຍິງທີ່ຖືກຄວາມຮຸນແຮງ ມີຄວາມສ່ຽງມີບັນຫາດ້ານສຸຂະພາບ ເຮັດໃຫ້ຄວາມສາມາດໃນການຫາລ້ຽງຊີບ ແລະ ເຂົ້າຮ່ວມກິດຈະກຳໃນສັງຄົມຂອງເຂົາເຈົ້າຫຼຸດໜ້ອຍຖອຍລົງ; ສ່ວນລູກກໍມີຄວາມສ່ຽງທາງດ້ານສຸຂະພາບ, ມີບັນຫາການຮຽນ ກາຍເປັນຊັບພະຍາກອນມະນຸດທີ່ຄຸນນະພາບບໍ່ສູງ ຈະສົ່ງຜົນສະທ້ອນຕໍ່ການຜະລິດໃນຄອບຄົວ ກໍຄືການສ້າງສາພັດທະນາ ຂອງປະເທດຊາດ.
ໃນຊຸມປີມໍ່ໆມານີ້, ການປ່ຽນຜ່ານສູ່ຍຸກສະໄໝຂອງຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ບໍ່ພຽງແຕ່ ຂະຫຍາຍໂອກາດທາງດ້ານເສດຖະກິດ ສັງຄົມເທົ່ານັ້ນ, ແຕ່ຍັງສ້າງຄວາມສ່ຽງໃໝ່ ແລະ ເພີ່ມຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢ່າງຕໍ່ເນື່ອງ ເຊັ່ນ ການໃຫ້ຂໍ້ມູນບໍ່ຖືກຕ້ອງ, ບິດເບືອນຄວາມຈິງ, ການສົ່ງຕໍ່ຮູບພາບສ່ວນຕົວ ທີ່ບໍ່ໄດ້ຮັບຄວາມຍິນຍອມ, ການຂົ່ມຂູ່ທາງອອນລາຍ, ຮູບພາບປອມລາມົກອານາຈານທີ່ສ້າງດ້ວຍ ເອໄອ, ຄໍາເວົ້າທີ່ໃສ່ຮ້າຍປ້າຍສີ ແລະ ການໃຊ້ຂໍ້ມູນທີ່ບໍ່ຖືກຕ້ອງໃນເວທີສື່ສັງຄົມ ແລະ ອື່ນໆ. ການກະທໍາເຫຼົ່ານີ້ບໍ່ພຽງແຕ່ເກີດຂຶ້ນທາງອອນລາຍ ແຕ່ຍັງນໍາໄປສູ່ຄວາມຮຸນແຮງໃນຊີວິດຈິງ ເຊັ່ນ ການຈັດຫາ ເພື່ອບັງຄັບຂາຍບໍລິການທາງເພດ, ການແຕ່ງດອງກ່ອນໄວ, ການຄ້າມະນຸດໄປເຖິງການຄາດຕະກຳແມ່ຍິງ ແລະ ເດັກຍິງ; ຄວາມອັນຕະລາຍເຫຼົ່ານີ້ສາມາດແກ່ຍາວ ແລະ ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ສຸຂະພາບ, ສະຫວັດດີພາບ ແລະ ຄວາມປອດໄພຂອງຜູ້ຖືກເຄາະຮ້າຍ. ຕາມການສຶກສາຂອງສາກົນ, ແມ່ຍິງ 58% ເຄີຍຖືກຄວາມຮຸນແຮງທາງເພດຜ່ານທາງດີຈິຕອນ ແລະ 85% ເຄີຍເຫັນຄວາມຮຸນແຮງຜ່ານທາງດິຈິຕອນເກີດຂຶ້ນກັບຜູ້ອື່ນ. ຢູ່ ສປປ ລາວ ເຖິງວ່າຈະຍັງບໍ່ທັນມີສະຖິຕິການໃຊ້ຄວາມຮຸນແຮງຜ່ານທາງດີຈິຕອນ, ແຕ່ເຫັນວ່າມີຄວາມສ່ຽງ ແລະມີປະກົດການທີ່ແມ່ຍິງ ແລະ ເດັກຍິງ ປະເຊີນກັບຄວາມຮຸນແຮງຈາກການນໍາໃຊ້ເຕັກໂນໂລຊີດິຈິຕອນຫຼາຍຂຶ້ນ ເປັນຕົ້ນ ການລ່ວງລະເມີດໂດຍໃຊ້ຮູບພາບ, ການເຢາະເຢີ້ຍທາງອອນລາຍ ແລະ ການແຮັກ, ໃຊ້ບັນຊີປອມ ແລະ ອື່ນໆ. ແມ່ຍິງ ແລະ ເດັກຍິງມັກຕົກເປັນເປົ້າໝາຍຂອງຄວາມຮຸນ ແຮງແບບໃໝ່ນີ້ ຊຶ່ງຮູບແບບຄວາມຮຸນແຮງດິຈິຕອນນີ້ບໍ່ມີຂອບເຂດ, ເຮັດໃຫ້ການຮ່ວມມືຂອງອາຊຽນຍິ່ງມີຄວາມສໍາຄັນຫຼາຍກວ່າທີ່ເຄີຍ.
ຕໍ່ໜ້າສະພາບການດັ່ງກ່າວ ອາຊຽນໄດ້ໃຫ້ຄວາມສໍາຄັນໃນການແກ້ໄຂບັນຫາໂດຍໄດ້ພ້ອມກັນ ຜັນຂະຫຍາຍວາລະການພັດທະນາຂອງສາກົນເຂົ້າສູ່ອາຊຽນ. ພາຍໃຕ້ການສະໜັບສະໜູນຂອງອົງການ UNFPA ປະຈໍາ ພາກພື້ນອາຊີ ປາຊີຟິກ, ASEAN ໄດ້ລິເລີ່ມ ຂະບວນການໂຄສະນາຂອງອາຊຽນເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກຍິງ ທາງອອນລາຍ ຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດ ຄື: ບໍ່ ກໍຄື ບໍ່ (No Means No. Online Too) ເພື່ອຍົກລະດັບຄວາມຮັບຮູ້ ຄວາມເຂົ້າໃຈຕໍ່ບັນຫາດັ່ງກ່າວ, ສົ່ງເສີມພຶດຕິກໍາອອນລາຍທີ່ມີຄວາມຮັບຜິດຊອບ, ແລະ ທັງເປັນການກຽມຄວາມພ້ອມໃຫ້ກັບ ແມ່ຍິງ, ເດັກຍິງ ແລະ ຜູ້ທີ່ພົບເຫັນເຫດການ ລວມທັງຜູ້ຊາຍ ແລະ ເດັກຊາຍ ໃຫ້ຮູ້ວິທີຮັບມືທີ່ຖືກຕ້ອງ ເຊັ່ນການລາຍງານ, ການຂໍຄວາມຊ່ວຍເຫຼືອ ຫຼືໃຫ້ຄວາມຊ່ວຍເຫຼືອທັນເວລາ.
ພ້ອມກັນນີ້ ທ່ານ ແກ້ວວິສຸກ ໂສລະພົມ ໄດ້ກ່າວບາງຕອນວ່າ ໃນຂະນະທີ່ດິຈິຕອນມີການຂະຫຍາຍຕົວຂຶ້ນຢ່າງທັນສະໄໝ, ວ່ອງໄວ ແລະ ກວ້າງຂວາງ. ກໍເຮັດໃຫ້ກຸ່ມຄົນບໍ່ຫວັງດີນຳໃຊ້ໃນທາງທີ່ບໍ່ເປັນປະໂຫຍດເກີດມີການກໍອາດຊະຍາກຳທາງລະບົບຄອມພິວເຕີໄດ້ງ່າຍດາຍ ແລະ ມີຫຼາຍຮູບແບບ ແລະໜຶ່ງໃນນັ້ນກໍແມ່ນຄວາມຮຸນແຮງທາງຜ່ານທາງດິຈິຕອນທີ່ໃນປະຈຸບັດໄດ້ແຜ່ຂະຫຍາຍຢູ່ໃນ ສປປ ລາວ ຢ່າງໄວວາ ແລະ ມີທ່າແຮງນຳມືນັບສູງຂຶ້ນ, ໃນນັ້ນແມ່ນແມ່ຍິງ, ໄວໜຸ່ມ ແລະ ປະຊາກອນ ທີ່ຈຳນວນຫຼາຍທີ່ເປັນກຸ່ມເປົ້າໝາຍ ແລະ ມີຄວາມສ່ຽງສູງໃນຈະເກີດຄວາມຮຸນແຮງທາງຜ່ານທາງດິຈິຕອນສ່ວນໃຫຍ່ແມ່ນຖືກກະທຳຜິດໂດຍຜູ້ຊາຍ ທີ່ເປັນຄົນລາວ ແລະ ຄົນຕ່າງຊາດ. ຄວາມຮຸນແຮງທາງດິຈິຕອນນນີ້ແມ່ນມີຜົນກະທົບອັນໃຫຍ່ຫຼວງ ຕໍ່ຜູ້ຖືກເຄາະຮ້າຍ ຫຼື ຜູ້ລອດຊີວິດ. ສິ່ງທີ່ໜ້າເປັນຫວ່ງ ແລະ ເປັນກັງວົນທີ່ສຸດແມ່ນການນໍາໃຊ້ສື່ສັງຄົມດິຈິຕອນ ເພື່ອການຊື້ຂາຍບໍລິການທາງເພດ, ການຄ້າມະນຸດ, ການໃຊ້ຮູບພາບເພື່ອການລ່ວງລະເມີດທາງເພດ, ການຄວບຄຸມ ແລະ ການຕິດຕາມພຶດຕິກໍາຂອງຄູ່ຮັກ ແລະ ການສະກົດຕາມທາງໄຊເບີ (Cyber stalking).
ກອງປະຊຸມຄັ້ງນີ້ ເປັນການຜັນຂະຫຍາຍເຂົ້າສູ່ຂະບວນການໂຄສະນາຂອງ ສປປ ລາວ ຊຶ່ງສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງໃນການສ້າງພື້ນທີ່ດິຈິຕອນທີ່ປອດໄພກວ່າ ແລະ ເປັນປະໂຫຍດຍິ່ງຂຶ້ນ. ພ້ອມນີ້ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີກ່ຽວກັບຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸນແຮງຜ່ານທາງອອນລາຍ ທາງເພດ (ເອກະສານ ແລະ ວິດີໂອ) ແລະ ຈັດເວທີສົນທະນາ ຮ່ວມກັນປຶກສາຫາລື ແລກປ່ຽນຄໍາຄິດເຫັນຕື່ມອີກ.











