ກອງປະຊຸມປຶກສາຫາລື ຮ່າງແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ IV (2026-2030) ແລະ ແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (2026-2030)

03/10/2025

ກອງປະຊຸມປຶກສາຫາລື ຮ່າງແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ IV (2026-2030) ແລະ ແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (2026-2030)

ໃນວັນທີ 02-03 ຕຸລາ 2025 ທີ່ຜ່ານມາ ຫ້ອງການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ຈັດກອງປະຊຸມປຶກສາຫາລື ຮ່າງແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ IV (2026-2030) ແລະ ແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (2026-2030) ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມ ແລະ ນຳພາກອງປະຊຸມຄັ້ງນີ້ໂດຍ ທ່ານ ນາງ ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ເຊິ່ງມີບັນດາທ່ານຜູ້ຕາງໜ້າຈາກ ຄກມດ ກະຊວງສຶກສາທິການ ແລະ ກິລາ, ແຮງງານ ແລະ ສະຫວັດດີການສັງຄົມ, ອຸດສາຫະກໍາ ແລະ ການຄ້າ, ການເງີນ, ເຕັກໂນໂລຊີ ແລະ ການສື່ສານ, ວັດທະນະທໍາ ແລະ ການທ່ອງທ່ຽວ, ປ້ອງກັນຄວາມສະຫງົບ, ກະສິກໍາ ແລະ ສີ່ງແວດລ້ອມ, ຍຸຕິທຳ, ການຕ່າງປະເທດ, ສາທາລະນະສຸກ, ໂຍທາທິການ ແລະ ຂົນສົ່ງ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສູນກາງແນວລາວສ້າງຊາດ, ສູນກາງຊາວໜຸ່ມ ປປລ, ສານປະຊາຊົນສຸງສຸດ, ຊ່ຽວຊານ ແລະ ພະນັກງານຫ້ອງການ ຄຊກມດ ລວມຜູ້ເຂົ້າຮ່ວມທັງໝົດ 30 ທ່ານ (ຍິງ 20 ທ່ານ, ຊາຍ 10 ທ່ານ). ກອງປະຊຸມ ຈຸດປະສົງແມ່ນເພື່ອທົບທວນ ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025) ແລະ ເພື່ອປືກສາຫາລືຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ II (2021-2025); ເພື່ອສ້າງແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ IV (2026-2030) ແລະ ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (2026-2030) ແລະ ນອກຈາກນັ້ນຍັງເປັນການສ້າງຄວາມເຂັ້ມແຂງ ແລະ ຮ່ວມມືຂອງ ຄກມດ ທຸກຂັ້ນ ແລະ ເສນາທິການຊ່ວຍວຽກ ໃນການຮ່າງແຜນພັດທະນາແຫ່ງຊາດ, ການປະສານງານ ລວມທັງຈັດຕັ້ງປະຕິບັດສອງແຜນດຳເນີນງານດັ່ງກ່າວ ໃຫ້ສອດຄ່ອງກັບສະພາບ ແລະ ຄວາມເປັນຈິງຂອງຂະແໜງການ ແລະ ທ້ອງຖິ່ນຕົນ.

ຄຊກມດ

 

ແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ
ແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ
ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ
ຄູ່ມືຝຶກອົບຮົມ ກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ ໃນ ສປປ ລາວ
ນິຕິກຳ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ
ຄໍາແນະນໍາ ການສ້າງຂະບວນການສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ
ສານຂອງພະນະທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນວັນເດັກສາກົນ 1 ມິຖຸນາ 2025