ສົ່ງເສີມບົດບາດຍິງ-ຊາຍ ເຂົ້າໃນຍຸກເສດຖະກິດດິຈິຕອນ ເພື່ອສ້າງລາຍຮັບໃຫ້ແກ່ພະນັກງານ-ລັດຖະກອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ

10/09/2025

ສົ່ງເສີມບົດບາດຍິງ-ຊາຍ ເຂົ້າໃນຍຸກເສດຖະກິດດິຈິຕອນ ເພື່ອສ້າງລາຍຮັບໃຫ້ແກ່ພະນັກງານ-ລັດຖະກອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄກມດ ກຕສ) ໄດ້ຈັດຝຶກອົບຮົມສົ່ງເສີມ ບົດບາດຍິງ-ຊາຍ ເຂົ້າໃນຍຸກເສດຖະກິດດິຈິຕອນ ເພື່ອສ້າງລາຍຮັບໃຫ້ແກ່ພະນັກງານ-ລັດຖະກອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍການ ເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຊຸດຝຶກອົບຮົມ ຂອງ ທ່ານ ນາງ ຈັນອົບ ສີຫາລາດ, ຮອງຫົວໜ້າຫ້ອງການ, ຮອງປະທານ ຄກມດ ກຕສ, ມີບັນດາທ່ານ ຄະນະກົມ/ທຽບເທົ່າ, ບັນດາທ່ານວິທະຍາກອນ ແລະ ນັກສໍາມະນາກອນ ເຂົ້າຮ່ວມທັງໝົດຈຳນວນ 40 ກວ່າທ່ານ.

:

ຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ ກໍເພື່ອເປັນການຍົກລະດັບຄວາມຮູ້ວິທີການສ້າງລາຍຮັບໃຫ້ແກ່ພະນັກງານໃນຍຸກເສດຖະກິດດິຈິຕອນ, ຊຸກຍູ້, ສົ່ງເສີມສ້າງໂອກາດ ແລະ ເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນຍຸກເສດຖະກິດ ດິຈິຕອນ ແລະ ເພີ່ມອາຊີບຫາລາຍໄດ້ຫຼາຍຊ່ອງທາງຈາກຕະຫຼາດດິຈິຕອນ ທີ່ບໍ່ຂັດກັບລະບຽບການ ເພື່ອເປັນແຮງພັກດັນໃຫ້ພະນັກງານ-ລັດຖະກອນ ມີຊ່ອງທາງສ້າງລາຍໄດ້ເພີ່ມເຂົ້າໃນການການດຳລົງຊີວິດປະຈຳວັນ, ສາມາດ ຫຼຸດຜ່ອນຄວາມທຸກຍາກຕາມຄາດໝາຍການພັດທະນາແບບຍືນຍົງທີ່ ພັກ-ລັດ ວາງອອກ. ພ້ອມນີ້, ກໍຍັງເປັນການສ້າງໃຫ້ພະນັກງານ-ລັດຖະກອນໄດ້ມີ ສ່ວນຮ່ວມໃນປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຊີວິດການເປັນຢູ່ສູງຂຶ້ນ.

ໃນໂອກາດນີ້, ທ່ານ ນາງ ຈັນອົບ ສີຫາລາດ ໄດ້ກ່າວວ່າ: ເຕັກໂນໂລຊີດິຈິຕອນ ມີບົດບາດສໍາຄັນໃນການດໍາລົງຊີວິດປະຈໍາວັນໃນຍຸກປັດຈຸບັນ ທີ່ເປັນເຄື່ອງມື ຕົ້ນຕໍໃນການເສີມສ້າງສະຕິປັນຍາ ແລະ ມັນສະໝອງຂອງມະນຸດ ເຮັດໃຫ້ວຽກງານຕ່າງໆມີປະສິດທິພາບ, ມີຄວາມຊັດເຈນ ແລະ ວ່ອງໄວຂຶ້ນ, ບໍ່ວ່າຈະເປັນ ການຄົ້ນຄວ້າ, ການຄຸ້ມຄອງກົນຈັກອັດຕະໂນມັດ, ຄຸ້ມຄອງບໍລິຫານ, ການຄ້າ, ການເງິນ, ການບໍລິການ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ. ໂດຍໄດ້ ກາຍເປັນປັດໄຈສຳຄັນພື້ນຖານໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

:

ການຝຶກອົບຮົມໃນຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2025, ທີ່ເມືອງວັງວຽງ, ແຂວງວຽງຈັນ, ຊຶ່ງຈະໄດ້ດໍາເນີນເປັນເວລາ 01 ວັນ, ໂດຍບັນດາຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງການເຜີຍແຜ່ເນື້ອໃນເອກະສານທີ່ສໍາຄັນຕ່າງໆ ເຊັ່ນວ່າ: ຕະຫຼາດການຄ້າທາງເອເລັກໂຕຣນິກ ໂດຍນັກວິທະຍາກອນຈາກ ບໍລິສັດທີ່ປຶກສາດ້ານ ພັດທະນາ ແລະ ວິສາຫະກິດ ຈໍາກັດ, ການສ້າງອາຊີບທາງອອນລາຍ ໂດຍນັກວິທະຍາກອນຈາກ ບໍລິສັດ ວັນເອັກ ຈຳກັດ Platfrom OneX. ພ້ອມນີ້, ບັນດາ ຜູ້ເຂົ້າຮ່ວມຍັງຈະໄດ້ພ້ອມກັນຄົ້ນຄວ້າເປັນກຸ່ມ ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຈະໄດ້ນຳເອົາບົດຮຽນຕ່າງໆນຳໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການພັດທະນາຕົນເອງ ໃຫ້ສາມາດເພີ່ມຊ່ອງທາງໃນການສ້າງລາຍຮັບຂອງຕົນເພີ່ມຂຶ້ນໃນຕໍ່ໜ້າ.

ຂ່າວໂດຍ: ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ

 

ແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ
ແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ
ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ
ຄູ່ມືຝຶກອົບຮົມ ກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ ໃນ ສປປ ລາວ
ນິຕິກຳ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ
ຄໍາແນະນໍາ ການສ້າງຂະບວນການສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ
ສານຂອງພະນະທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນວັນເດັກສາກົນ 1 ມິຖຸນາ 2025