02/06/2025

ໃນຕອນເຊົ້າຂອງວັນທີ 02 ມິຖຸນາ 2025 ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ເດັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ 01 ມິຖຸນາ ຄົບຮອບ 100 ປີ ພາຍໃຕ້ຄໍາຂວັນ “ສ້າງຄວາມເຂັ້ມແຂງໃຫ້ເດັກທຸກຄົນ: ສິດທິເທົ່າທຽມກັນ, ອະນາຄົດທີ່ປອດໄພ” (Empowering Every Child: Equal Rights, Safe Futures) ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຊຶ່ງມີ ທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຄະນະກົມ/ທຽບເທົ່າ ພ້ອມດ້ວຍ ລູກຫຼານຂອງພະນັກງານເຂົ້າຮ່ວມ.
ການສະເຫຼີມສະຫຼອງວັນເດັກສາກົນ ແມ່ນສຸດທີ່ມີຄວາມໝາຍ ແລະ ຄວາມສຳຄັນເປັນຢ່າງຍິ່ງ ເນື່ອງຈາກເດັກເປັນອະນາຄົດ, ເປັນດັ່ງເມັດພືດ, ເປັນໜໍ່ແໜງຂອງປະເທດຊາດໃນມື້ໜ້າ ເພື່ອເປັນການປະກອບສ່ວນສົ່ງເສີມການມີສ່ວນຮ່ວມ, ການພັດທະນາ ແລະ ປົກປ້ອງເດັກ ຊຶ່ງງານຄັ້ງນີ້ໄດ້ມີຫຼາກຫຼາຍກິດຈະກໍາ ເຊັ່ນ: ການຮັບຊົມວິດີໂອສານອວຍພອນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດວັນເດັກສາກົນ 01 ມິຖຸນາ 2025, ພ້ອມທັງຈັດກິດຈະກໍາສໍາລັບເດັກທີ່ມາຮ່ວມງານ ເປັນຕົ້ນແມ່ນ ກິດຈະກຳຖາມ-ຕອບຄໍາຖາມ ຄວາມຮູ້ທົ່ວໄປ, ກິດຈະກໍາສະແດງຄວາມສາມາດ ແລະ ພອນສະຫວັນ ເຊັ່ນ: ການເຕັ້ນ, ຮ້ອງເພງ ແລະ ອື່ນໆ ຊຶ່ງເຕັມໄປດ້ວຍບັນຍາກາດຟົດຟື້ນ.