ຂະບວນການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2024 ພາຍໃຕ້ຫົວຂໍ້: “ກ້າວໄປສູ່ 30 ປີ ແຫ່ງການຈັດຕັ້ງປະຕິບັດຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ: ຮ່ວມກັນເພື່ອຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”.

05/12/2024

ຂະບວນການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2024  ພາຍໃຕ້ຫົວຂໍ້: “ກ້າວໄປສູ່ 30 ປີ ແຫ່ງການຈັດຕັ້ງປະຕິບັດຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ:  ຮ່ວມກັນເພື່ອຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”.

ໃນວັນທີ 04 ທັນວາ 2024 ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ຄກມດ ກຕສ) ໄດ້ຈັດຂະບວນການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2024 ພາຍໃຕ້ຫົວຂໍ້:“ກ້າວໄປສູ່ 30 ປີ ແຫ່ງການຈັດຕັ້ງປະຕິບັດຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ: ຮ່ວມກັນເພື່ອຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”, ໂດຍການເຂົ້າຮ່ວມເປັນປະທານກ່າວເປີດ ຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ, ປະທານຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກຕສ, ,ມີບັນດາທ່ານຄະນະກົມ/ທຽບເທົ່າ, ພະນັກງານ ແລະ ນັກສຶກສາ ອ້ອມຂ້າງ ກຕສ ເຂົ້າຮ່ວມ ຈຳນວນ 300 ກວ່າທ່ານ.

ຈຸດປະສົງເພື່ອ​ໂຄສະນາປູກ​ຈິດ​ສຳ​ນຶກ, ສົ່ງ​ເສີມ​ຄວາມ​ຮັບ​ຮູ້ ແລະ ຄວາມ​ເຂົ້າ​ໃຈໃຫ້ພະນັກງານ-ລັດຖະກອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອປັບປ່ຽນທັດສະນະຄະຕິ ແລະ ພຶດຕິກໍາທີ່ສະໜັບສະໜູນການເລືອກປະຕິບັດ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ທັງເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນດໍາເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ 05 ປີ ຄັ້ງທີ IX (20212025) ແລະ ແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 05 ປີ ຄັ້ງທີ II (2021-2025) ທີ່ຕິດພັນກັບພາລະບົດບາດຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ກ່າວບາງຕອນວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນບັນຫາທີ່ເກີດຂຶ້ນດົນນານມາແລ້ວໃນທົ່ວໂລກ ແລະ ປັດຈຸບັນກໍເປັນປະກົດການຫຍໍ້ທໍ້ອັນໜຶ່ງໃນສັງຄົມ ແລະ ສົ່ງຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະ ແມ່ນກະ​ທົບຕໍ່ຮ່າງກາຍ, ຊີວິດຈິດໃຈ, ​ຕະຫຼອດ​ເຖິງ​ຊັບ​ສິນຂ​ອງແມ່ຍິງ ແລະ ເດັກ​ຍິງ. ໜຶ່ງໃນນັ້ນກໍແມ່ນຄວາມຮຸນແຮງຜ່ານທາງດິຈິຕອນທີ່ມີຜົນກະທົບອັນໃຫຍ່ຫຼວງ ຕໍ່ຜູ້ຖືກເຄາະຮ້າຍ ຫຼື ຜູ້ລອດຊີວິດ.

ເຊິ່ງຂະບວນການດັ່ງກ່າວໄດ້ຈັດເວທີເສວະນາ ໃນຫົວຂໍ້: “Stop Cyber Bullying’’ ເພື່ອເປັນບ່ອນລິເລີ່ມໃນການຈັດຕັ້ງປະຕິບັດຊອກຫາວິທີຮັບມື, ປົກປ້ອງ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຜ່ານທາງດິຈິຕອນຮ່ວມກັນ ເຊັ່ນ: ວິທີແກ້ໄຂ, ກໍລະນີສຶກສາຜົນກະທົບຈາກການເຢາະເຢີ້ຍ, ການໃສ່ຮ້າຍປ້າຍສີຜ່ານສື່ດິຈິຕອນ, ອຸປະສັກ, ສິ່ງທ້າທາຍທີ່ພົບເຫັນໃນປັດຈຸບັນ, ສະຖິຕິຂອງໄພຄຸກຄາມຜ່ານສື່ດິຈິຕອນ ແລະ ອື່ນໆ ໂດຍການເຂົ້າຮ່ວມເປັນວິທະຍາກອນຈາກ ກະຊວງປ້ອງກັນຄວາມສະຫງົບ (ກົມໃຫຍ່ສັນຕິບານ), ສູນກາງສະຫະພັນແມ່ຍິງລາວ (ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ), ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກົມຄວາມປອດໄພໄຊເບີ ແລະ ນັກສຶກສາຈາກສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເພື່ອເປັນການໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກໃຫ້ພະນັກງານ-ລັດຖະກອນ ແລະ ນັກສຶກສາ ຂອງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງທຸກຄົນໃນສັງຄົມໃຫ້ມີສະຕິ, ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຫຼາຍຂືຶ້ນຕື່ມຕໍ່ກັບຂໍ້ມູນຂ່າວສານໃນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ປັບປ່ຽນທັດສະນະຄະຕິ, ພຶດຕິກຳທີ່ເປັນການໃຊ້ຄວາມຮຸນແຮງໄປສູ່ທັດສະນະຄະຕິເຄົາລົບ ແລະ ນັບຖືກຽດສັກສີຂອງແມ່ຍິງ ແລະ ໃຫ້ຄວາມສຳຄັນ, ບໍ່ໃຫ້ຖືວ່າການໃຊ້ຄວາມຮຸນແຮງເປັນເລື່ອງທຳມະດາໃຫ້ຮັບຮູ້ວ່າການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເປັນສິ່ງທີ່ຍອມຮັບບໍ່ໄດ້ ແລະ ເປັນການລະເມີດສິດທິມະນຸດ ທັງເປັນການທຳລາຍກຽດສັກສີຂອງແມ່ຍິງ ໂດຍສະເພາະຄວາມຮຸນແຮງຜ່ານສື່ດິຈິຕອນຕ່າງໆ ທີ່ເກີດຂື້ນໃນສັງຄົມ ເຊັ່ນ: ການເຢາະເຢີ້ຍ, ການສຽດສີ, ການໃສ່ຮ້າຍປ້າຍສີຜ່ານມື່ດິຈິຕອນ ແລະ ອື່ນໆ.

ຂ່າວ: ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ

 

ແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ
ແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ
ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ
ຄູ່ມືຝຶກອົບຮົມ ກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ ໃນ ສປປ ລາວ
ສານຂອງພະນະທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ 25 ພະຈິກ 2024 ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ
16 ມື້ ຮ່ວມມືກັນ! ເຄື່ອນໄຫວເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ
ເວທີສົນທະນາ ໃນຫົວຂໍ້: ຢຸດຕິການກັ່ນແກ້ງສຽດສີຜ່ານສື່ດິຈິຕອນ