ກຕສ ເຜີຍແຜ່ເອກະສານເນື່ອງໃນໂອກາດລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ

28/12/2022

ກຕສ ເຜີຍແຜ່ເອກະສານເນື່ອງໃນໂອກາດລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ

ໃນຕອນເຊົ້າຂອງວັນທີ 27 ທັນວາ 2022, ທີ່ຫ້ອງປະຊຸມໃຫຍ່ຂອງ ກະຊວງເຕັກ​ໂນ​ໂລ​ຊີ​ ແລະ ການສື່ສານ (ກຕສ), ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກສຕ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ເນື່ອງໃນໂອກາດລະນຶກວັນສາກົນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ຂຶ້ນ.  ໃຫ້ກຽດຂຶ້ນເປັນປະທານໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກຕສ, ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄກມດ), ກຕສ. ມີບັນດາທ່ານຄະນະກົມ/ທຽບເທົ່າ, ຄະນະຜູ້ອໍານວຍການບໍລິສັດດ້ານໂທລະຄົມມະນາຄົມ, ຄະນະພະແນກ/ຮອງພະແນກ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງເຂົ້າຮ່ວມ.

ຈຸດປະສົງຂອງການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້, ກໍເພື່ອປຸກລະດົມເຄືອຂ່າຍຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງລັດ, ເອກະຊົນ, ອົງການຈັດຕັ້ງທາງສັງຄົມ ລວມທັງບຸກຄົນ ເພື່ອໂຄສະນາຍຸດທະສາດໄລຍະຍາວ, ແຜນງານ ແລະ ຊັບພະຍາກອນໃນການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໂດຍໃຫ້ບູລິມະສິດ ແກ່ແມ່ຍິງ ແລະ ເດັກຍິງ ທີ່ດ້ອຍໂອກາດ. ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນສິ່ງທີ່ສາມາດປ້ອງກັນໄດ້ ດ້ວຍການເຊື່ອມເຂົ້າຍຸດທະສາດ ການສົ່ງເສີມພາວະການເປັນຜູ້ນໍາ ແລະ ຄວາມກ້າຫານຂອງແມ່ຍິງຢ່າງເຕັມສ່ວນ ເຂົ້າໃນການຕັດສິນບັນຫາ ແລະ ມີສ່ວນຮ່ວມໃນການສ້າງນະໂຍບາຍທຸກຂັ້ນ ນັບແຕ່ຂັ້ນສູນກາງເຖິງລະດັບທ້ອງຖິ່ນ ເພື່ອສ້າງແຮງບັນດານໃຈໃຫ້ທຸກພາກສ່ວນໄດ້ຄົ້ນຄິດວິທີໃນຈັດຕັ້ງປະຕິບັດການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງໃຫ້ເປັນຮູບປະທຳ.

        ທ່ານ ປອ. ສັນຕິສຸກ ສິມມາລາວົງ ​ໄດ້​ກ່າວ​ວ່າ: ໃນລະດັບສາກົນ ຄວາມຮຸນແຮງຕໍ່ແມ່ຍິງ ໄດ້ກາຍເປັນປະເດັນໜຶ່ງໃນວາລະການດໍາເນີນງານຂອງອົງການສະຫະປະຊາຊາດ (ສປຊ) ຍ້ອນບັນຫາດັ່ງກ່າວ ໄດ້ຖືກຍົກຂຶ້ນຢ່າງແຂງແຮງໃນຂະບວນການເຄື່ອນໄຫວເພື່ອສິດທິຂອງແມ່ຍິງຢູ່ໃນໂລກ. ​ຊຶ່ງ​ປະ​ຊາ​ຊາດ​ທົ່ວ​ໂລກ ກໍໄດ້​ໃຫ້​ຄວາມ​ສຳ​ຄັນ ແລະ ໄດ້ເລີ່ມມີການສະເຫຼີມສະຫຼອງນັບແຕ່ປີ 1991 ເປັນຕົ້ນມາ.  ສໍາລັບ ສປປ ລາວ ໄດ້ເລີ່ມຈັດຕັ້ງຂະບວນການລະນຶກວັນສາກົນ ເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ນັບແຕ່ ປີ 2011 ເປັນຕົ້ນມາ ເພື່ອປູກຈິດສໍານຶກ, ສົ່ງເສີມການຕ້ານ, ສະກັດກັ້ນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງທຸກຮູບການຕໍ່ແມ່ຍິງ ພ້ອມທັງຍັງເປັນຂະບວນການລະນຶກເຖິງການເຄື່ອນໄຫວຕໍ່ສູ້ ເພື່ອໃຫ້ສິດທິອັນເປັນພື້ນຖານ ກໍຄືກຽດສັກສີຂອງແມ່ຍິງ ແລະ ເດັກຍິງໃນທົ່ວໂລກໃຫ້ໄດ້ຮັບການປົກປ້ອງ. ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເປັນບັນຫາທີ່ເກີດຂຶ້ນດົນນານແລ້ວ ໃນ​ທຸກ​ປະ​ເທດ ແລະ ປັດຈຸບັນ ກໍເປັນປະກົດການຫຍໍ້ທໍ້ອັນໜຶ່ງໃນສັງຄົມ ແລະ ສົ່ງຜົນກະທົບທາງລົບ​ ເປັນ​ຕົ້ນແມ່ນ: ຕໍ່ການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະແມ່ນກະ​ທົບທາງ​ດ້ານຮ່າງກາຍ, ຈິດໃຈເພດ, ຕະຫຼອດ​ເຖິງ​ຊັບ​ສິນ​ຂ​ອງແມ່ຍິງ. ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແມ່ນມີຫຼາຍສາເຫດ ແຕ່ສາເຫດຕົ້ນຕໍແມ່ນຍ້ອນຮີດຄອງປະເພນີທີ່​ເກົ່າ​ແກ່ຫຼ້າຫຼັງ, ການເຊື່ອຖື​ແບບ​ງົມ​ງວາຍຄວາມທຸກຍາກ​ຂາດ​ເຂີນ, ລະດັບການສຶກສາຕ່ຳ ແລະ ສິ່ງ​ຫ​ຍໍ້​ທໍ້ອື່ນໆ ທີ່​ມີ​ຕໍ່​ແມ່​ຍິງ​ໃນ​ສັງ​ຄົມ.

       ໃນໂອກາດດຽວກັນນີ້, ຜູ້ເຂົ້າຮ່ວມໄດ້ຮັບຊົມວິດີໂອ ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວ ເນື່ອງໃນໂອກາດລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ປະຈຳປີ 2022 ແລະ ໄດ້ຮັບຟັງການເຜີຍ​ແຜ່​ເອ​ກະ​ສານກ່ຽວກັບການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພຕໍ່ແມ່ຍິງ ແລະ ເດັກຍິງ ຈາກກົມຄວາມປອດໄພໄຊເບີ, ກຕສ. ພ້ອມ​ນີ້, ​ກອງປະຊຸມຍັງມີພິທີມອບ-ຮັບໃບກຽດຕິຄຸນ ແລະ ຍ້ອງຍໍ ໃຫ້ແກ່ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ, ບໍລິສັດ ອີທີແອລ ຈໍາກັດ, ບໍລິສັດ ດາວທຽມລາວເອເຊຍ-ປາຊິຟິກ ຈໍາກັດ ທີ່ມີຜົນງານໃນການສະໜັບສະໜູນ ເພື່ອສະເຫຼີມສະຫຼອງວັນເດັກໂລກ 20 ພະຈິກ ແລະ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ໃນປີ 2021 ແລະ 2022 ລວມມູນຄ່າທັງໝົດ 336,800,000 ກີບ.

        ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ປຶກສາຫາລື​ ແລະ ສົນທະນາແລກປ່ຽນ​ບົດ​ຮຽນ ເພື່ອ​ນຳ​ໄປ​ຜັນ​ຂະ​ຫຍາຍ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ ເຮັດໃຫ້ພະ​ນັກ​ງານ-ລັດ​ຖະ​ກອນມີຄວາມຮັບຮູ້, ເຂົ້າໃຈ ເຖິງຄວາມຈຳເປັນທີ່ຕ້ອງໄດ້ປະລະແນວຄິດເກົ່າທີ່ຖືເລື່ອງການຈຳແນກ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເປັນເລື່ອງປົກກະຕິທຳມະດາ ແລ້ວຫັນໄປສູ່ຈິນຕະນາການໃໝ່ທີ່ສັງຄົມຮັບຮູ້ ແລະ ປະຕິບັດສິດສະເໝີພາບຍິງ-ຊາຍ ໃຫ້ປາກົດຜົນເປັນຈິງ.

 

ແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ
ແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ
ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ
ຄູ່ມືຝຶກອົບຮົມ ກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ ໃນ ສປປ ລາວ
ນິຕິກຳ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ
ຄໍາແນະນໍາ ການສ້າງຂະບວນການສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ
ສານຂອງພະນະທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນວັນເດັກສາກົນ 1 ມິຖຸນາ 2025